Web Analytics Made Easy - Statcounter

See also ebooksgratis.com: no banners, no cookies, totally FREE.

CLASSICISTRANIERI HOME PAGE - YOUTUBE CHANNEL
Privacy Policy Cookie Policy Terms and Conditions
ປະເທດໄທ - ວິກິພີເດຍ

ປະເທດໄທ

ຈາກ ວິກິພີເດຍ

ราชอาณาจักรไทย
ຣາຊະອານາຈັກໄທ
ທຸງຊາດໄທ ເຄື່ອງໝາຍຊາດ ໄທ
ທຸງຊາດ ເຄື່ອງໝາຍຊາດ
ຄຳຂວັນ: ບໍ່ມີ
ເພງຊາດ: ເພງຊາດໄທ
ແຜນທີ່ສະແດງທີ່ຕັ້ງຂອງປະເທດໄທ
ນະຄອນຫລວງ ບາງກອກ
13°44′ N 100°30′ E
ເມືອງໃຫຍ່ສຸດ ບາງກອກ
ພາສາລັດຖະການ ພາສາໄທ
ລັດຖະບານ ປະຊາທິປະໄຕແບບລັດຖະສະພາ ໂດຍມີພະມະຫາກະສັດເປັນປະມຸກ
 - ພະມະຫາກະສັດ ພະບາດສົມເດັດພະເຈົ້າຢູ່ຫົວ
ພູມິພົນອະດຸນຍະເດດ
 - ນາຍົກລັດຖະມົນຕີ ສະໝັກ ສູນທໍລະເວດ
ສະຖາປະນາຂຶ້ນ
 - ອານາຈັກສຸໂຂໄທ 1238–1368 
 - ອະຍຸດທະຍາ 1350–1767 
 - ອານາຈັກທົນບຸລີ 1767 ຫາ 6 ເມສາ 1782 
 - ລັດຕະນະໂກສິນ 6 ເມສາ 1782 ຫາປັດຈຸບັນ 
ພື້ນທີ່
 - ທັ້ງໝົດ
 
 - ພື້ນນ້ຳ(%)
 
514.000 ກມ.² (ອັນດັບທີ່ 49)
198.115 ໄມລ໌² 
0.4
ປະຊາກອນ
 - ທັນວາ 2006ປະມານ
 - 2000

 - ປະຊາກອນ
 
62.828.706 (ອັນດັບທີ່  20)
60.916.441

122/ກມ.² (ອັນດັບທີ່ 80)
326/ໄມລ໌² 
GDP (PPP)
 -ລວມ
 -ຕໍ່ປະຊາກອນ
2006ຄ່າປະມານ
585,9 ພັນລ້ານໂດລາສະຫະລັດ (ອັນດັບທີ່ 21)
9.100 ໂດລາສະຫະລັດ (ອັນດັບທີ່ 69)
HDI (2004) 0,784 (ອັນດັບທີ່ 72) – ປານກາງ
ສະກຸນເງິນ ບາດ ฿ (THB)
ເຂດເວລາ (UTC+7)
ລະຫັດອິນເຕີເນັດ .th
ລະຫັດໂທລະສັບ +66

ປະເທດໄທ ຫຼື ລາດຊະອານາຈັກໄທ ຕັ້ງຢູ່ ອາຊີຕາເວັນອອກສຽງໃຕ້ ແລະ ມີຊາຍແດນ ຕິດກັບ ລາວ, ກຳປູເຈຍ, ມາເລເຊຍ ແລະ ມຽນມາ. ປະເທດໄທ ເປັນ ສະມາຊິກ ຂອງ ອົງການສະຫະປະຊາຊາດ, ເອເປັກ, ອາຊຽນ ແລະ ມີ ນະຄອນຫຼວງບາງກອກ (ຫຼື ກຸງເທບມະຫານະຄອນ)ເປັນ ສູນກາງການປົກຄອງ.

ເນື້ອໃນ

[ດັດແກ້] ປະຫວັດສາດ

ປະເທດໄທມີປະຫວັດສາດຍາວນານ ນັບເລີ່ມຕັ້ງແຕ່ການລົ້ມສະຫລາຍຂອງອານາຈັກຂອມ-ຈັກກະວັດນະຄອນວັດ ນະຄອນທົມ ເມື່ອຕົ້ນ ໆ ຄຣິດສະຕະວັດທີ 8 ໂດຍມີຄວາມສືບເນື່ອງແລະຄາບກ່ຽວລະຫວ່າງອານາຈັກບູຮານຫລາຍແຫ່ງເຊັ່ນ ອານາຈັກຟູນັນ ຈາມປາ ທະວາຣະວະດີ ສີວິໄຊ ລະໂວ້ ຂະແມ ຯລຯ ໂດຍເລີ່ມມີຄວາມຊັດເຈນໃນອານາຈັກສຸໂຂໄທຕັ້ງແຕ່ປີ 1238 ໂດຍມີພໍ່ຂຸນສີອິນທຣາທິດເປັນປະຖົມກະສັດ ໃນອານາຈັກນີ້ມີກະສັດຜູ້ປີຊາສາມາດຢູ່ຫລາຍພະອົງ ເຊັ່ນ ພໍ່ຂຸນຣາມຄຳແຫງມະຫາຣາຊ ຜູ້ປະດິດອັກສອນໄທ ແລະຂະຫຍາຍອານາຈັກໄປກວ້າງໄກ ຕໍ່ມາເກີດອານາຈັກລ້ານນາທາງພາກເຫນືອ ມີພໍ່ຂຸນເມັງຣາຍມະຫາຣາຊເປັນປະຖົມກະສັດ ເສື່ອມອຳນາດລົງໃນຊ່ວງຕົ້ນຄຣິດສະຕະວັດທີ່ 14 ແລ້ວຄວາມຮຸ່ງເຮືອງກໍ່ໄດ້ປະກົດຂຶ້ນໃນອານາຈັກທາງໃຕ້ ນະ ອານາຈັກອະຍຸທະຢາ ເຊິ່ງສະຖາປະນາຂື້ນໃນປີ 1350 ໂດຍສົມເດັດພະຣາມາທິບໍດີທີ່ 1 ຫລືພະເຈົ້າອູ່ທອງ ກົງກັບສະໄໝສົມເດັດເຈົ້າຟ້າງຸ່ມ ແຫ່ງອານາຈັກລ້ານຊ້າງ ຍັງມີອານາເຂດທີ່ບໍ່ໃຫຍ່ ຕໍ່ມາກະສັດແຫ່ງກຸງສີອະຍຸທະຍາສາມາດໄດ້ດຶນແດນອ້ອມຂ້າງເປັນປະເທດຣາຊ ມີອານາເຂດກວ້າງຂວາງ ແຕ່ກໍ່ເສຍເມືອງຄັ້ງທຳອິດໃຫ້ແກ່ພະມ້າໃນປີ 1569 ໃນສະໄໝສົມເດັດພະມະຫິນທຣາທິຣາຊ ແລະສາມາດກອບກູ້ເມືອງໄດ້ສຳເລັດໃນປີ 1592 ໂດຍສົມເດັດພະນະເຣສວນມະຫາຣາຊ ເຮັດຍຸທະຫັດຖີ (ການສູ້ຮົບກັນຕົວຕໍ່ຕົວ) ກັບພະມະຫາອຸປະຣາຊາ ແຫ່ງອານາຈັກຫົງສາວະດີ ເຮັດໃຫ້ພະມ້າບໍ່ມາຍຶດເມືອງກວ່າຮ້ອຍກວ່າປີ ໃນສະໄໝສົມເດັດພະນາຣາຍມະຫາຣາຊ ເປັນຍຸກສະໄໝທີ່ມີການຄ້າເສລີ ມີຊາວຕາເວັນຕົກມາຄ້າຂາຍເປັນຈຳນວນຫລາຍ ໂດຍສະເພາະຊາວຝຣັ່ງ ສຸດທ້າຍພະມ້າກໍ່ກັບມາຕີຈົນເສຍກຸງສີອະຢຸດທະຢາເປັນຄັ້ງທີ່ສອງໃນປີ ພ.ສ. 2310 ໃນສະໄໝສົມເດັດພະທີ່ນັ່ງສຸຣິຍາດອະມະຣິນ ຫລື ພະເຈົ້າເອກະທັດ ຕໍ່ມາພະຍາວຊິຣະປຣາການ (ສິນ) ໄດ້ຍົກກຳລັງມາໂຮມຢູ່ເມືອງຈັນທະບູລີ ຈົນສາມາດກັບມາຍິດເມືອງຄືນຈາກພະມ້າໄດ້ສຳເລັດພາຍໃນ 9 ເດືອນ ແລະສະຖາປະນາຕົນເອງເປັນກະສັດພະນາມວ່າ ສົມເດັດພະບໍລົມຣາຊາທິລາດທີ 4 ຫລື ສົມເດັດພະເຈົ້າຕາກສິນມະຫາຣາຊ ເມື່ອເບິ່ງກຸງສີອະຍຸທະຍາແລ້ວ ເຫັນວ່າບໍ່ສາມາດຟື້ນຟູກັບຄືນໄດ້ ຈຶງໄດ້ຍ້າຍຣາຊະທານີມາຢູ່ທີ່ກຸງທົນບຸຣີ

[ດັດແກ້] ເຂດການປົກຄອງ

[ດັດແກ້] ພາກເໜືອ

ມີ 9 ຈັງຫວັດ :

  • ຊຽງຮາຍ
  • ຊຽງໃໝ່
  • ນ່ານ
  • ພະເຍົາ
  • ແພຣ່
  • ແມ່ຮ່ອງສອນ
  • ລຳປາງ
  • ລຳພູນ
  • ອຸຕະຣະດິດ

[ດັດແກ້] ພາກຕາເວັນອອກສ່ຽງເໜືອ

ມີ 19 ຈັງຫວັດ :

  • ກາລະສິນ
  • ຂອນແກ່ນ
  • ໄຊຍະພູມ
  • ນະຄອນພະນົມ
  • ນະຄອນລາຊະສີມາ
  • ບຸລີຣຳ
  • ມະຫາສາຣະຄາມ
  • ມຸກດາຫານ
  • ຍະໂສທອນ
  • ຣ້ອຍເອັດ
  • ເລີຍ
  • ສະກົນນະຄອນ
  • ສຸຣິນ
  • ສີສະເກດ
  • ໜອງຄາຍ
  • ໜອງບົວລຳພູ
  • ອຸດອນທານີ
  • ອຸບົນລາຊະທານີ
  • ອຳນາດຈະເລີນ

[ດັດແກ້] ພາກກາງ

ມີກຸງເທບມະຫານະຄອນແລະ 21 ຈັງຫວັດ :

  • ກຳແພງເພັດ
  • ໄຊນາດ
  • ນະຄອນນາຍົກ
  • ນະຄອນປະຖົມ
  • ນະຄອນສະຫວັນ
  • ນົນທະບຸລີ
  • ປະທຸມທານີ
  • ພະນະຄອນສີອະຍຸດທະຍາ
  • ພິຈິດ
  • ພິດສະນຸໂລກ
  • ເພັດຊະບູນ
  • ລົບບຸລີ
  • ສະໝຸດປຣາການ
  • ສະໝຸດສົງຄາມ
  • ສະໝຸດສາຄອນ
  • ສະຣະບຸລີ
  • ສິງບຸລີ
  • ສຸໂຂໄທ
  • ສຸພັນບຸລີ
  • ອ່າງທອງ
  • ອຸໄທທານີ

[ດັດແກ້] ພາກຕາເວັນອອກ

ມີ 7 ຈັງຫວັດ :

  • ຈັນທະບຸລີ
  • ສະເຊິງເຊົາ
  • ຊົນບຸລີ
  • ຕຣາດ
  • ປຣາຈີນບຸລີ
  • ຣະຍອງ
  • ສະແກ້ວ

[ດັດແກ້] ພາກຕາເວັນຕົກ

ມີ 5 ຈັງຫວັດ :

  • ການຈະນະບຸລີ
  • ຕາກ
  • ປຣະຈວບຄີຣີຂັນ
  • ເພັດຊະບຸລີ
  • ຣາຊະບຸລີ

[ດັດແກ້] ພາກໃຕ້

ມີ 14 ຈັງຫວັດ

  • ກຣະບີ່
  • ຊຸມພອນ
  • ຕຣັງ
  • ນະຄອນສີທຳມະຣາຊ
  • ນະຣາທິວາດ
  • ປັດຕານີ
  • ພັງງາ
  • ພັດທະລຸງ
  • ພູເກັດ
  • ຍະລາ
  • ຣະນອງ
  • ສົງຂລາ
  • ສະຕູນ
  • ສຸຣາດທານີ

[ດັດແກ້] ເມືອງໃຫຍ່ / ຈັງຫວັດໃຫຍ່

ອັນດັບ ເມືອງ / ເທດສະບານ ຈຳນວນປະຊາກອນ ຈັງຫວັດ
1 ກຸງເທບມະຫານະຄອນ 6,121,672 ກຸງເທບມະຫານະຄອນ
2 ນົນທະບູລີ 266,941 ນົນທະບູລີ
3 ປາກເກັດ 167,138 ນົນທະບູລີ
4 ຫາດໃຫຍ່ 157,678 ສົງຂາ
5 ຊຽງໃໝ່ 150,805 ຊຽງໃໝ່
6 ນະຄອນລາດຊະສີມາ 149,938 ນະຄອນລາດຊະສີມາ
7 ອຸດອນທານີ 142,670 ອຸດອນທານີ
8 ສຸລາດທານີ 124,665 ສຸລາດທານີ
9 ຂອນແກ່ນ 121,283 ຂອນແກ່ນ
10 ນະຄອນສີທຳມະລາດ 106,293 ນະຄອນສີທຳມະລາດ
ອັນດັບ ຈັງຫວັດ ຈຳນວນປະຊາກອນ ພາກ
1 ກຸງເທບມະຫານະຄອນ 6,121,672 ພາກກາງ
2 ນະຄອນລາດສະສີມາ 2,546,763 ພາກຕາເວັນອອກສ່ຽງເໜືອ
3 ອຸບົນລາດຊະທານີ 1,774,808 ພາກຕາເວັນອອກສ່ຽງເໜືອ
4 ຂອນແກ່ນ 1,747,542 ພາກຕາເວັນອອກສ່ຽງເໜືອ
5 ຊຽງໃໝ່ 1,650,009 ພາກເໜືອ
6 ບຸລີລຳ 1,531,430 ພາກຕາເວັນອອກສ່ຽງເໜືອ
7 ອຸດອນທານີ 1,523,802 ພາກຕາເວັນອອກສ່ຽງເໜືອ
8 ນະຄອນສີທຳມະລາດ 1,504,420 ພາກໃຕ້
9 ສີສະເກດ 1,443,975 ພາກຕາເວັນອອກສ່ຽງເໜືອ
10 ສຸລິນ 1,374,700 ພາກຕາເວັນອອກສ່ຽງເໜືອ

ເປັນພາສາອື່ນໆ


aa - ab - af - ak - als - am - an - ang - ar - arc - as - ast - av - ay - az - ba - bar - bat_smg - bcl - be - be_x_old - bg - bh - bi - bm - bn - bo - bpy - br - bs - bug - bxr - ca - cbk_zam - cdo - ce - ceb - ch - cho - chr - chy - co - cr - crh - cs - csb - cu - cv - cy - da - de - diq - dsb - dv - dz - ee - el - eml - en - eo - es - et - eu - ext - fa - ff - fi - fiu_vro - fj - fo - fr - frp - fur - fy - ga - gan - gd - gl - glk - gn - got - gu - gv - ha - hak - haw - he - hi - hif - ho - hr - hsb - ht - hu - hy - hz - ia - id - ie - ig - ii - ik - ilo - io - is - it - iu - ja - jbo - jv - ka - kaa - kab - kg - ki - kj - kk - kl - km - kn - ko - kr - ks - ksh - ku - kv - kw - ky - la - lad - lb - lbe - lg - li - lij - lmo - ln - lo - lt - lv - map_bms - mdf - mg - mh - mi - mk - ml - mn - mo - mr - mt - mus - my - myv - mzn - na - nah - nap - nds - nds_nl - ne - new - ng - nl - nn - no - nov - nrm - nv - ny - oc - om - or - os - pa - pag - pam - pap - pdc - pi - pih - pl - pms - ps - pt - qu - quality - rm - rmy - rn - ro - roa_rup - roa_tara - ru - rw - sa - sah - sc - scn - sco - sd - se - sg - sh - si - simple - sk - sl - sm - sn - so - sr - srn - ss - st - stq - su - sv - sw - szl - ta - te - tet - tg - th - ti - tk - tl - tlh - tn - to - tpi - tr - ts - tt - tum - tw - ty - udm - ug - uk - ur - uz - ve - vec - vi - vls - vo - wa - war - wo - wuu - xal - xh - yi - yo - za - zea - zh - zh_classical - zh_min_nan - zh_yue - zu -