ດາຣາສາດ
ຈາກ ວິກິພີເດຍ
ດາຣາສາດຫມາຍເຖິງ ວິທະຍາສາດທີ່ ສຶກສາກ່ຽວກັບ ການສັງເກດແລະອະທິບາຍທຳມະຊາດຂອງດາວແລະວັດຖຸທ້ອງຟ້າ. ສືກສາຕົ້ນກຳເນີດ ວິວັດທະນາການ ຄຸນລັກສະນະທາງໂຄງສ້າງແລະທາງເຄມີຂອງວັດຖຸຕ່າງໆ ເຊັ່ນ ດາວຫາງ ການປ່ຽນແປງຄວາມສະຫວ່າງຂອງດາວເປັ່ງແສງ. ບາງຄົນອາດເຂົ້າໃຈຜິດ ໂດຍການນຳດາຣາສາດໄປປະປົນ ກັບໂຫຣາສາດ ເຖິງວ່າທັງສອງຢ່າງນີ້ຈະມີຈຸດກຳເນີດຮ່ວມກັນ ແຕ່ປັດຈຸບັນມັນມີຄວາມແຕກຕ່າງຫຼາຍ ຄື ນັກດາຣາສາດໃຊ້ວິທີທາງວິທະຍາສາດ ແລະ ບໍ່ແມ່ນ ເພື່ອ ການຄາດເດົາອານາຄົດ ໃນຂະນະທີ່ ນັກໂຫຣາສາດຈະ ໃຊ້ຫລັກສະຖິຕິ ແລະ ຄະນິດສາດ ເພື່ອ ຄາດຄະເນອານາຄົດ.