Web Analytics Made Easy - Statcounter

See also ebooksgratis.com: no banners, no cookies, totally FREE.

CLASSICISTRANIERI HOME PAGE - YOUTUBE CHANNEL
Privacy Policy Cookie Policy Terms and Conditions
ວິກິພີເດຍ:ຄຳຖາມມີເລື້ອຍ ຂອງ ຜູ້ອ່ານ - ວິກິພີເດຍ

ວິກິພີເດຍ:ຄຳຖາມມີເລື້ອຍ ຂອງ ຜູ້ອ່ານ

ຈາກ ວິກິພີເດຍ

ຄຳຖາມມີເລື້ອຍ ໃນໜ້ານີ້ເວົ້າເຖິງ ບັນດາຄຳຖາມ ທີ່ ຜູ້ອ່ານມັກມີ ກ່ຽວກັບ ວິກີພິເດຍ.

ເນື້ອໃນ

[ດັດແກ້] ຈະທຳການຊອກຫາ ໃນ ວິກີພິເດຍແນວໃດ?

ມັນຈະມີ ຊ່ອງເພື່ອຂຽນຄຳທີ່ຢາກ ຊອກຫາຢູ່ເບື້ອງຊ້າຍຂອງໜ້າຈໍ ທີ່ມີຊື່ວ່າ search(ຊອກຫາ) ແລະ ຕິດຕາມໂດຍ ຄຳວ່າ Go(ໄປ) and Search(ຊອກຫາ). ທ່ານ ສາມາດ ພິມຄຳທີ່ຢາກຊອກຫາ ໃສ່ search box(ຊ່ອງຊອກ) ແລະ ກົດປຸ່ມ Enter(ເອັນເຕີ) ຢູ່ ຄີບອດ (ແປ້ນພິມ). ຫຼື ກົດ Go / Search. ເບິ່ງ ເນື້ອໃນລະອຽດຕື່ມ ໃນ ວິກີພິເດຍ:ການຊອກຫາ.
ທ່ານ ຍັງສາມາດ ໃຊ້ Google ຊອກຫາຂໍ້ມູນໃນ ວິກີພິເດຍ ໂດຍ following this link. ດັດຊະນີ ໃນ Google ອາດຈະບໍ່ແມ່ນສະບັບຫຼ້າສຸດ, ເພາະ bots (ຫຸ່ນຍົນຊອກຫາຂໍ້ມູນ) ຈະທຳການຊອກຂໍ້ມູນເປັນໄລຍະ ແລະ ອາດຈະຍັງບໍ່ທັນເຫັນ ຂໍ້ມູນສະບັບຫຼ້າສຸດເທື່ອ.
User:AxelBoldt ສ້າງບາງ bookmarklet ເພື່ອ ການຊອກຫາ ໃນ ວິກີພິເດຍ. ທ່ານ ສາມາດເອົາມັນ ຢູ່ [1].
ບາງ browsers(ໂປຣແກຣມທ່ອງເວັບ) ເຊັ່ນ Konqueror ແລະ Firefox ອະນຸຍາດ ໃຫ້ທ່ານ ຊອກຫາ ຂໍ້ມູນ ໃນ ວິກີພິເດຍ ໂດຍກົງ ຈາກ ຊ່ອງ URL/Location ຂອງມັນ. ໂດຍທົ່ວໄປ ຈະທຳການເຂົ້າຫາ ໂດຍ ພິມ "wp Main Page", ແຕ່ ສິ່ງດັ່ງກ່າວອາດຈະປ່ຽນແປງໄປຕາມແຕ່ລະໂປຣແກຣມທ່ອງເວັບ. ກະລຸນາ ເບິ່ງເອກະສານ ຂອງ ໂປຣແກຣມທ່ອງເວັບທີ່ທ່ານໃຊ້.
ນອກຈາກນີ້ ຖ້າທ່ານຢາກລອງ ທຳການຄົ້ນບົດຄວາມໃນ ວິກີພິເດຍ ເປັນຫຼາຍໆພາສາ, ທ່ານ ສາມາດລອງໃຊ້ multi-lingual Wikipedia search tool (ປະຈຸບັນໃຊ້ປິດຢູ່).

[ດັດແກ້] ຈະທຳການຄົ້ນຄ້ວາ ໂດຍ ວິກີພິເດຍແນວໃດ?

ທ່ານ ສາມາດອ່ານ ຂໍ້ມູນກ່ຽວກັບ ການຄົ້ນຄ້ວາ ໂດຍ ວິກີພິເດຍ ຢູ່ ວິກີພິເດຍ:ການຄົ້ນຄ້ວາ ໂດຍ ວິກີພິເດຍ.

[ດັດແກ້] ລິຂະສິດ ຂອງ ເນື້ອໃນ ໃນ ວິກີພິເດຍເປັນແນວໃດ?

ທຸກໆບົດຄວາມ ໃນ ວິກີພິເດຍ ແມ່ນ "ເນື້ອໃນເປີດ" ພາຍໃຕ້ GNU Free Documentation License(ໃບອະນຸຍາດເອກະສານບໍ່ເສຍຄ່າ GNU). ເບິ່ງ ວິກີພິເດຍ:ລິຂະສິດ.

[ດັດແກ້] ຂ້ອຍສາມາດ ອັດທັງໝົດພາກໃດໜຶ່ງ ໃນ ວິກີພິເດຍ ໃສ່ ເວັບໄຊ ຂອງຕົນເອງບໍ່? ຂ້ອຍ ສາມາດ ອ້າງອີງເຖິງຫຼາຍປານໃດ?

ທ່ານສາມາດ ອັດ ຫຼື ອ້າງອີງເຖິງ ຫຼາຍເທົ່າໃດກໍ່ໄດ້ ຖ້າຮັກສາເອກະສານດັ່ງກ່າວ ພາຍໃຕ້ GNU Free Documentation License(ອະນຸຍາດເອກະສານບໍ່ເສຍຄ່າ GNU). ເບິ່ງ ວິກີພິເດຍ:ລິຂະສິດ.

[ດັດແກ້] ຖ້າຂ້ອຍລິ້ງ ຈາກ ຄຳສັບໃດໜຶ່ງ ໃນເວັບໄຊຂອງຕົນເອງ ຫາ ວິກີພິເດຍ, ຂ້ອຍກໍ່ຕ້ອງ ໃຊ້ GNU FDL ຕໍ່ກັບ ເວັບໄຊ ຂອງຕົນເອງຄືກັນບ? ຖ້າຂ້ອຍ ອ້າງອີງໜ້ອຍດຽວເດ໋ (ເຊັ່ນ 3 ຫຼື 4 ປະໂຫຍກ)? ຖ້າຂ້ອຍ ອ້າງອີງທັງໝົດບົດຄວາມເດ໋?

ຄຳຕອບ ຕໍ່ກັບ ຄຳຖາມທຳອິດ ແມ່ນ "ບໍ່". ການລິ້ງ ບໍ່ແມ່ນການກະທຳ ທີ່ຖືກຈຳກັດ ໂດຍ ລິຂະສິດ, ສະນັ້ນ ບໍ່ຢູ່ພາຍໃຕ້ GNU FDL . ຄຳຕ້ອບຕໍ່ກັບ ຄຳຖາມທີສອງ ກໍ່ແມ່ນ "ບໍ່" ເຊັ່ນດຽວກັນ ເພາະມັນຍັງຢູ່ໃນຂອບເຂດ fair use (ການໃຊ້ທີ່ເໝາະສົມ). ສຳຫຼັບ ຄຳຖາມທີ່ສາມ ກະລຸນາ ປຶກສາກັບທະນາຍຄວາມຂອງທ່ານ ຫຼື ກຳນົດໃຫ້ ທັງໝົດເວັບໄຊນັ້ນ ຢູ່ພາຍໃຕ້ GNU FDL. ເຖິງຢ່າງໃດ ກໍ່ຕາມ ວິກີພິເດຍ ເຊື່ອຖືໃນເຈດຕະນາດີຂອງຜູ້ໃຊ້ ສະນັ້ນ ການລະເມີດລິຂະສິດເລັກນ້ອຍ ຈະບໍ່ນຳໄປສູ່ ການຮ້ອງຟ້ອງ.

[ດັດແກ້] ຂ້ອຍສາມາດ ໄດ້ຮັບ ວິກີພິເດຍເປັນ ຊີດີຣອມ ຫຼື ດາວໂຫຼດ ເພື່ອໃຊ້ ໃນເວລາທີ່ບໍ່ໄດ້ຕໍ່ອິນເຕີເນັດບໍ່?

ປະຈຸບັນ ຍັງບໍ່ມີ CD ທີ່ບັນທຶກເນື້ອໃນທັງໝົດ ຂອງ ວິກີພິເດຍເທື່ອ. ແຕ່ ຖານຂໍ້ມູນ ສາມາດ ດາວໂຫຼດໄດ້ ຢູ່ນີ້, ແຕ່ ທ່ານ ຈຳເປັນຕ້ອງ ຕັ້ງ web server, PHP, MySQL ແລະ ຊອຟແວ ວິກີ ຂອງພວກເຮົາ ເພື່ອຈະໃຊ້ມັນ ໂດຍບໍ່ຕໍ່ເນັດໄດ້. ປະຈຸບັນ ການສົນທະນາກັນ ກ່ຽວກັບ ການເຮັດ ວິກີພິເດຍ ສະບັບຊີດີ ຫຼື ເຈ້ຍ ພວມດຳເນີນ ຢູ່ User:Jimbo Wales/Pushing To 1.0, ແຕ່ ຍັງບໍ່ທັນມີ ແຜນການຕົວຈິງໃດໆ ຖືກກຳນົດຂຶ້ນເທື່ອ.
ເຖິງຢ່າງໃດກໍ່ຕາມ, ຫຼາຍໆ ຜູ້ໃຊ້ວິກີພິເດຍ ໄດ້ສ້າງຖານຂໍ້ມູນ ວິກີພິເດຍ ເພື່ອອ່ານໂດຍບໍ່ຕໍ່ເນັດ ໃນ ລະບົບ TomeRaider. ເບິ່ງຂໍ້ມູນລະອຽດຕື່ມອີກ ໃນ Wikipedia:TomeRaider database.

[ດັດແກ້] ຂ້ອຍຈະອ້າງອີງເຖິງ ບົດຄວາມໃດໜຶ່ງໃນ ວິກີພິເດຍ ຢູ່ ບົດຂຽນຂອງຕົນເອງແນວໃດ?

ອ້າງອີງ ຕາມ ວິທີການ ຂອງ ສິ່ງພິມທີ່ທ່ານຈະສົ່ງບົດຂຽນນັ້ນ. ທ່ານບໍ່ຈະເປັນ ຕ້ອງ ອ້າງອີງເຖິງ ຜູ້ຂຽນໃດໜຶ່ງສະເພາະ ແຕ່ ຢ່າງໜ້ອຍທ່ານ ຄວນ ຕິດຄັດ ຂໍ້ມູນທີ່ທ່ານກອບປີ້ເອົາ ເຊັ່ນ ຊື່ບົດຄວາມ (ແລະ ຖ້າເປັນໄປໄດ້ ປະຫວັດການດັດແປງທັງໝົດ).
ເບິ່ງ Wikipedia:Citing Wikipedia

[ດັດແກ້] ເປັນຫຍັງພື້ນຂອງ ບາງໜ້າເປັນສີຟ້າ ແລະ ບາງໜ້າເປັນສີຂາວ?

ບົດຄວາມ ຂອງ ສາລານຸກົມ ຈະມີພື້ນເປັນສີຂາວ ໃນຂະນະທີ່ ໜ້າທີ່ຖືກສ້າງຂຶ້ນແບບອັດຕະໂນມັດ ເຊັ່ນ special pages, ໜ້າສົນທະນາ, ໜ້າຜູ້ໃຊ້, ແລະ ໜ໊າ about-wikipedia (ກ່ຽວກັບວິກີພິເດຍ) ຈະມີພື້ນເປັນສີຟ້າ. ອັນນີ້ ແມ່ນເພື່ອເຮັດໃຫ້ທ່ານ ຮູ້ວ່າທ່ານພວມອ່ານ ບົດຄວາມໃນສາລານຸກົມຫຼືບໍ່.
(ເອົາໃຈໃສ່: ຄຳຕອບນີ້ ຈະຂຶ້ນກັບ skin ທີ່ທ່ານພວມໃຊ້. ສຳຫຼັບ ຂໍ້ມູນເພີ່ມຕື່ມ ເບິ່ງ Help:Preferences on MetaWiki.)

[ດັດແກ້] ເວລາໃຊ້ ລິ້ງ ໜ້າແຮນດຳ(ໜ້າໃດໜຶ່ງໂດຍບໍ່ກຳນົດ), ຂ້ອຍມັກ ໄດ້ ໜ໊າບົດຄວາມກ່ຽວກັບ ເມືອງໃດໜຶ່ງຢູ່ອາເມລິກາ ທີ່ບໍ່ໜ້າສົນໃຈຢູ່ເລື້ອຍໆ. ຈະແກ້ບັນຫານີ້ແນວໃດ?

ໜ້າ ຄືດັ່ວກ່າວນີ້ແມ່ນມີຫຼາຍ ແລະ ມັນຈະຂຶ້ນມາເລື້ອຍໆ ເມື່ອມີການລິ້ງແບບແຣນດຳ. ຖ້າທ່ານ ບໍ່ສົນໃຈມັນ ທ່ານ ກໍ່ສາມາດກົດປຸ່ມແຣນດຳອີກຈັກ ສອງສາມເທື່ອ ຈົນກ່ວາຈະເຫັນອັນໃດອັນໜຶ່ງ ທີ່ທ່ານສົນໃຈ.
However, if you would like to help flesh out these census-based stubs and build Wikipedia membership, please consider spending a few minutes researching: look up the town on Google and see if there is a city web page or local historical society. You can E-mail them and ask for "real information" about their town's history.
See User talk:Rambot/Random page for further discussion.

[ດັດແກ້] ຖ້າຂ້ອຍຊອກພົບ ຂໍ້ມູນທີ່ຜິດພາດ ໃນ ວິກີພິເດຍ ຄວນຈະເຮັດແນວໃດ?

ທ່ານ ຄວນແປງມັນ. ເບິ່ງ ວິກີພິເດຍ:ຄຳຖາມມີເລື້ອຍ ກ່ຽວກັບ ການປະກອບສ່ວນ.
ເນື່ອງຈາກວ່າ ວິກີພິເດຍ ແມ່ນ ໂຄງການອາສາສະໝັກ ສະນັ້ນ ຜູ້ໃດ ກໍ່ສາມາດ ດັດແປງ ສິ່ງຜິດພາດ, ສິ່ງບໍ່ພຽງພໍ. ທ່ານຕ້ອງຈົດຈຳສະເໝີໃນເວລາອ່ານວິກີພິເດຍວ່າ ທ່ານບໍ່ສາມາດເຊື່ອຖືເນື້ອໃນ ຂອງ ວິກີພິເດຍໄດ້ທັງໝົດ ເພາະມັນແມ່ນສິ່ງທີ່ຂຽນຂຶ້ນໂດຍຜູ້ໃດກໍ່ໄດ້. ໂດຍທົ່ວໄປ ບົດຄວາມ ຈະອ້າງອີງເຖິງ ແຫຼ່ງຂໍ້ມູນ ເພື່ອໃຫ້ຜູ້ອ່ານສາມາດ ກວດສອບຄວາມຊັດເຈນຂອງຂໍ້ມູນນັ້ນໆໄດ້.


aa - ab - af - ak - als - am - an - ang - ar - arc - as - ast - av - ay - az - ba - bar - bat_smg - bcl - be - be_x_old - bg - bh - bi - bm - bn - bo - bpy - br - bs - bug - bxr - ca - cbk_zam - cdo - ce - ceb - ch - cho - chr - chy - co - cr - crh - cs - csb - cu - cv - cy - da - de - diq - dsb - dv - dz - ee - el - eml - en - eo - es - et - eu - ext - fa - ff - fi - fiu_vro - fj - fo - fr - frp - fur - fy - ga - gan - gd - gl - glk - gn - got - gu - gv - ha - hak - haw - he - hi - hif - ho - hr - hsb - ht - hu - hy - hz - ia - id - ie - ig - ii - ik - ilo - io - is - it - iu - ja - jbo - jv - ka - kaa - kab - kg - ki - kj - kk - kl - km - kn - ko - kr - ks - ksh - ku - kv - kw - ky - la - lad - lb - lbe - lg - li - lij - lmo - ln - lo - lt - lv - map_bms - mdf - mg - mh - mi - mk - ml - mn - mo - mr - mt - mus - my - myv - mzn - na - nah - nap - nds - nds_nl - ne - new - ng - nl - nn - no - nov - nrm - nv - ny - oc - om - or - os - pa - pag - pam - pap - pdc - pi - pih - pl - pms - ps - pt - qu - quality - rm - rmy - rn - ro - roa_rup - roa_tara - ru - rw - sa - sah - sc - scn - sco - sd - se - sg - sh - si - simple - sk - sl - sm - sn - so - sr - srn - ss - st - stq - su - sv - sw - szl - ta - te - tet - tg - th - ti - tk - tl - tlh - tn - to - tpi - tr - ts - tt - tum - tw - ty - udm - ug - uk - ur - uz - ve - vec - vi - vls - vo - wa - war - wo - wuu - xal - xh - yi - yo - za - zea - zh - zh_classical - zh_min_nan - zh_yue - zu -